ໄຊຍະບູລີ ດິນແດນຝັ່ງຊາຍ ແຂວງໄຊຍະບູລີມີວັດວາອາຮາມຫຼາຍໆແຫ່ງ ແລະ ປະຕິບັດຕາມຮີດຄອງປະເພນີອັນດີງາມ ປະຕິບັດຕາມຮີດສິບສອງຄອງສິບສີ່
ແຂວງໄຊຍະບູລີ ຕັ້ງຢູພາກຕາເວັນຕົກສຽງເໜືອຂອງປະເທດລາວ. ທິດເໜືອຕິດກັບ ແຂວງ ບໍ່ແກ້ວ ແລະ ແຂວງ ອຸດົມໄຊ , ທິດຕາເວັນອອກ ຕິດກັບແຂວງ ຫຼວງພະບາງ ແລະ ແຂວງວຽງຈັນ; ທິດຕາເວັນຕົກ ແລະ ທິດໃຕ ຕິດກັບ ລາຊະອານາຈັກໄທ. ມີເນື້ອທີທັງຫມົດ 16,389 ກິໂລຕາແມັດ, ມີພົນລະເມືອງ 340,000 ກວາຄົນ.( ປີ 2011 ) ປະກອບມີ 11 ເມືອງ ຄື: 4 ເມືອງເໜືອ, 3 ເມືອງກາງ ແລະ 4 ເມືອງໃຕ ເຊິ່ງປະກອບມີ ເມືອງ ຄອບ, ເມືອງ ຊຽງຮອນ, ເມືອງຫົງສາ, ເມືອງເງິນ, ເມືອງໄຊຍະບູລີ, ເມືອງ ໄຊສະຖານ ( ເມືອງໃຫມ ), ເມືອງ ພຽງ, ເມືອງປາກລາຍ, ເມືອງ ບໍ່ແຕນ, ເມືອງ ແກນທາວ ແລະ ເມືອງທົ່ງມີໄຊ.ແຂວງໄຊຍະບູລີ ເປັນແຂວງທີ່ມີເນື້ອທີ່ຍາວຍຽດຕາມລໍາແມນໍາ້ຂອງ ເຊິ່ງ ອຸດົມສົມບູນໄປດວຍຊັບພະຍາກອນທໍາມະຊາດທີ່ສວຍສົດງົດງາມ. ມີແຫລງທອງທຽວທາງທໍາມະຊາດ ແລະ ບູຮານວັດຖຸທີ່ສໍາຄັນຫລາຍແຫງ ຢັ່ັ່ງຢາຍແຕເໜືອຕະຫລອດໃຕ ເຊັ່ນ : ພະທາດປວກ (ເມືອງຄອບ ), ພະທາດຊຽງລົມ (ເມືອງຊຽງຮອນ ), ພະທາດມັດຄໍາ ( ເມືອງເງິນ ), ນໍາ້ຕົກຕາດເຈົ້າ, ຖໍາ້ຜາແກວ,ຖໍາ້ຜາຊາງ ຜາເສືອ ,ວັດບານຖິ່ນ, ວັດບານຜາປູນ( ເມືອງໄຊຍະບູລີ ), ນໍາ້ປຸນ, ກົກຂາມເຕຍ ຕົ້ນຄາໃຫຍ (ເມືອງພຽງ ), ບໍ່ນໍາປຸນ (ເມືອງ ປາກລາຍ ), ຕາດຮໍາ (ເມືອງ ບໍ່ແຕນ), ພະທາດນາງສາມຜິວ ( ເມືອງທົ່ງມີໄຊ ) ແລະ ມີ ສະຖານທີ່ທອງທຽວອື່ນໆອີກ ສໍາຄັນຫລາຍແຫງ ທີ່ກໍາລັງປັບປຸງພັດທະນາ ແລະ ຈະເປີດໃຫໄດເຂົ້າຊົມໄວໆນີ້.ເລື່ອງອາຫານການກິນ ແຂວງໄຊຍະບູລີ ກໍບໍ່ນອຍໜາກວາແຂວງອື່ນໆ ເພາະ ແຂວງ ມີອາຫານທ່ີເປັນເອກະລັກສະເພາະ ທີ່ມີລົດຊາດແຊບຈຸໃຈ ເຊັ່ນ : ເອາະຫລາມ ເອາະຫລາມບອນຫວານ ໃສເຫັດ ໃສຫນັງ, ແກງເຫັດ, ແກງພັກຫວານໃສໄຂໝົດສົ້ມ,ທອດໂຕດົ້ງໄມ, ລາບປາ,ກອຍປາ ,ກອຍກຸງ ແລະ ມີຫລາຍໆຢາງ ທີ່ມີລົດຊາດແຊບບໍ່ໃຫເວົ້າ.ແຂວງໄຊຍະບູລີ ຖືການຜະລິດກະລິກໍາ ການປູກຝັງລຽງສັດ ເປັນຈຸດສໍາຄັນໃນການພັດທະເສດຖະກິດສັງຄົມຂອງແຂວງ ເຊິ່ງແຂວງມີເນື້ອທີ່ທົ່ງພຽງທີ່ກວາງຂວາງເຫມາະສໍາຫລັບການປູກເຂົ້າ ເຊັ່ນ ທົ່ງນາ ເມືອງພຽງ ແລະ ທົ່ງນາໄຫມ .ເຂົ້າໂພດ ສາລີ ເປັນພືດອີກປະເພດຫນຶ່ງທີ່ສາງລາຍຮັບໃຫແກປະຊາຊົນ ເຊິ່ງປູກຫລາຍຢູ ເມືອງປາກລາຍ. ປະກອບກັບການຜະລິດກະສິກໍາ ປະຊາຊົນ ຍັງມີມູນເຊື້ອໃນການຕໍາ່ຫູກທໍໄຫມທີ່ມີມາແຕດັ່ງເດີມ ໂດຍສະເພາະແມນ ເຜົ່າລື້ ເຊິ່ງເປັນຊົນເຜົ່າຫນຶ່ງ ທີ່ດໍາລົງຊີວິດຢູເມືອງເງິນ ແລະ ເມືອງຫົງສາ ທີ່ຍຶດຖື ການຕໍາຫູກ ເປັນອາຊີບຕົ້ນຕໍ.ແຂວງໄຊຍະບູລີ ເປັນແຂວງຫນຶ່ງທີ່ມີອາກາດດີຫລາຍ ເພາະວາ ທໍາມະຊາດຍັງຄົງຮັກສາໄວໄດເຖິງສະພາບແວດລອມທີ່ດີ ເຊິ່ງສັງເກດເຫັນໄດ ຕາມພູຜາປ່າໄມ ທີ່ຂຽວສົດງົດງາມ,ດອກໄມກະຈີ ເບັ່ງບານ ເລາະລຽບຕາມແຄມແມນໍາ້ ແລະ ເນີນພູ.ແຕຊວງເວລາ ທ້າຍເດືອນ ພະຈິກ ຫາ ຕົ້ນເດືອນ ມີນາ ອາກາດ ແມນຄອນຂ້າງຫນາວ ແລະ ຫນາວຫລາຍໂດຍສະເພາະ ແມນເຂດພູດອຍ ເຊິງພວກເຮົາສາມາດ ເຫັນໄດ ເຖິງທະເລຫມອກຢູເທິ່ງພູເກາະກາຍກັນເບິ່ງແລວ ເປັນຕາອອນຊອນ ປະກອບກັບ ນໍາ້ຄາງທີ່ຕົກໃສໃບໄມຕາມຄີມທາງຍາວຍຽດ ເປັນຫລາຍໆກິໂລ. ຊ່ວງນີ້ ເປັນຊ່ວງສໍາຄັນ ທີ່ທານຄວນໄປທຽວແຂວງໄຊຍະບູລີ ນອກຈາກທານຈະໄດສໍາພັດກັບທະເລຫມອກ ແຫງເມືອງຫນາວແລວ ໃນທາຍເດືອນຫນຶ່ງ ທານສາມາດ ໄປທຽວຊົມເທດສະການ ບຸນກອງເຂົ້າໃຫຍ ຢູເມືອງພຽງ ເຊິ່ງທານບໍ່ເຄີຍເຫັນມາກອນ ກັບການສະແດງ ເອກະລັກ ຂອງແຕລະເຜົ່າພາຍໃນເມືອງ ເຊິ່ງ ແຕລະເຜົ່າຕາງກໍ່ເອກອາງສິນຄາຂອງຕົນເອງ ພາຍຫລັງ ເພີ່ມພູນຜະລິດຜົນມາເປັນເວລາ ຫນຶ່ງປີ. ທີ່ສໍາຄັນໄປກ່ວານັ້ນ ທີ່ມວນຊົນ ທົ່ວປະເທດ ແລະ ຕາງປະເທດ ເວົ້າລວມ, ເວົ້າສະເພາະກໍ່ແມນ ຊາວແຂວງໄຊຍະບູລີ ທີ່ມີຄວາມເອກອາງທະນົງໃຈ ແລະ ຕັ້ງຕາລໍຄອຍ ນັ້ນກໍ່ຄື ມະຫາກໍາບຸນຊາງ ເຊິ່ງໄດຈັດຂື້ນໃນເດືອນກຸມພາ ຂອງທຸກໆປີ ນັບແຕປີ 2007 ເປັນຕົ້ນມາ.ແຂວງໄຊຍະບູລີ ເປັນອີກແຂວງຫນຶ່ງ ໃນ ສ ປ ປ ລາວ ທີ່ທານ ຕອງໄປທຽວຊົມໃຫໄດ ເຊິ່ງທານຈະໄດພົບກັບ ສຶ່ງທີ່ນາສົນໃຈຫລາຍກວາສິ່ງທີຂາພະເຈົ້າໄດ້ບອກທ່ານໃນມື້ນີ້.
+ ທາດນາງສາມຜິວ. (ແຂວງໄຊຍະບູລີ)
ທາດນາງສາມຜິວ ຕັ້ງຢູ່ບ້ານທາດ ເຂດເທດສະບານເມືອງທົ່ງມີໄຊ
ແຂວງໄຊຍະບູລີ ນັກທ່ອງທ່ຽວສາມາດໄປທ່ຽວຊົມ ທາດນາງສາມຜິວ
ໂດຍໃຊ້ທາງລົດ. ມີຕຳນານເລົ່າຂານກັນວ່າ:
ເປັນເວລາດົນນານມາແລ້ວ ຢູ່ເມືອງແຫ່ງໜຶ່ງໃນແດນໃຕ້
(ຈຳປາສັກໃນປະຈຸບັນ), ມີສາວສະໜົມຄົນໜຶ່ງ ໄດ້ຕົກລົງປົງໃຈຮັກ ແລະ ໄດ້ແຕ່ງດອງກັບນາຍທະຫານ ທີ່ຮັບໃຊ້ພະຍາ.
ຈາກນັ້ນ, ນາງກໍ່ໄດ້ຖືພາ 3 ເດືອນ, ສ່ວນຜູ້ເປັນຜົວ
ກໍ່ໄດ້ໄປສູ້ຮົບກັບສັດຕູ ແລະ ໄດ້ເສຍຊີວິດຢູ່ສະໜາມຮົບ. ສ່ວນນາງກໍ່ໄດ້ກາຍເປັນໝ້າຍ ທີ່ຂາດບ່ອນເພິ່ງພາອາໄສ, ແຕ່ຍ້ອນພະຍາ
ຄິດເຫັນຄຸນງາມຄວາມດີຂອງຜູ້ເປັນຜົວ
ເພິ່ນຈິ່ງໄດ້ຮັບນາງໄວ້ລ້ຽງດູເບິ່ງແຍງ.
ວັນເວລາໄດ້ຜ່ານໄປ
9 ເດືອນ,
ນາງກໍ່ໄດ້ໃຫ້ກຳເນີດລູກຍິງ
ທີ່ມີສຸຂະພາບແຂງແຮງ, ໜ້າຕາສວຍງາມ, ຄວາມງາມຂອງນາງໃນວັນໜຶ່ງໄດ້ປ່ຽນແປງຕາມຕອນ(ເຊົ້າ-ສວຍ-ແລງ), ເມື່ອນາງໃຫຍ່ເປັນສາວ ຄວາມງາມຂອງນາງ
ຍິ່ງເຮັດໃຫ້ຊາວບ້ານຊາວເມືອງຕົກ ໃນລະຫວ່າງວັນທີ່ 23-25 ຂອງແຕ່ລະປີ ຊາວເມືອງທົ່ງມີໄຊກໍ່ໄດ້ພາກັນເຮັດບຸນແລະຈູດບັ້ງໄຟຖະຫວາຍພະທາດນາງສາມຜິວ
+. ບ້ານວຽງແກ້ວ (ບ້ານວັດທະນະທຳ).
(ແຂວງໄຊຍະບູລີ)
ບ້ານວຽງແກ້ວ
ຕັ້ງຢູ່ຫ່າງຈາກເທດສະບານເມືອງຫົງສາ
ປະມານ 4 ກິໂລແມັດ,
ທ່ານສາມາດໄປທ່ຽວຊົມ, ເບິ່ງວິຖີຊີວິດຂອງຊົນເຜົ່າລື້
ຢູ່ບ້ານວຽງແກ້ວໄດ້ໂດຍການຂີ່ລົດໄປ.
ແຕ່ກ່ອນບ້ານວຽງແກ້ວ ເປັນປ່າດົງຕຶບໜາທີ່ມີຕົ້ນໄມ້ໃຫຍ່ ແລະ
ໜອງໃຫຍ່ແຫ່ງໜຶ່ງ ເອີ້ນວ່າ: “ໜອງປາດຸກ”. ພໍຮອດປີ 1953 ໄດ້ມີພໍ່ເຖົ້າແສນສຸທະ ຊົນເຜົ່າລື້ ພ້ອມດ້ວຍໝູ່ 4 ຄົນ ອອກຈາກບ້ານບີໝີ ເມືອງເງິນ ມາຕັ້ງບ້ານຢູ່ບໍລິເວນນີ້ ຍ້ອນວ່າມີສະຖານທີ່ເໝາະສົມ ແກ່ການຜະລິດ, ມີສາຍນ້ຳເຫຼືອກ,
ມີທີ່ດິນ ສາມາດສັບຊ່າວນາໄດ້. ເວລານັ້ນ, ການຈັດຕັ້ງຕ່າງໆ ແມ່ນຂຶ້ນກັບບ້ານນາສ້ານ ແລະ ມີຊື່ວ່າ: “ບ້ານໜອງປາດຸກ”
ເມື່ອຮອດປີ 1968, ມີຄອບຄົວເຖິງ 20
ຄອບຄົວ, ທາງອຳນາດການປົກຄອງເກົ່າ ຄື: ທ່ານ ກິໂຕ ສຸວັນນະວົງ
ເຈົ້າເມືອງຫົງສາ ໄດ້ປ່ຽນຊື່ຈາກບ້ານໜອງປາດຸກ
ມາເປັນບ້ານວຽງແກ້ວ (ກ່ອນຈະໃສ່ຊື່ “ບ້ານວຽງແກ້ວ” ແມ່ນເອົາຕາມຊື່ “ພູວຽງ” ຂອງອ້າຍຫູດແຕ່ປະຫວັດສາດ ລາວ,
ເຊິ່ງປະຈຸບັນ ກໍຍັງມີຮ່ອງຮອຍພູວຽງ
ເຫຼືອໃຫ້ຄົນຮຸ່ນຫຼັງໄດ້ຊົມ)
ເມື່ອຮອດປີ 1996 ມີຄອບຄົວເຖິງ 160
ຄອບຄົວ, ຊີວິດການເປັນຢູ່ຂອງຊົນເຜົ່າລື້, ບ້ານວຽງແກ້ວ ແມ່ນຖືເອົາການເຮັດນາ ແລະ ລ້ຽງສັດ ເປັນຕົ້ນຕໍ, ແມ່ຍິງ
ແມ່ນເອົາການຕ່ຳຫູກທໍໄໝເປັນອາຊີບເສີມ
ຈົນສາມາດສົ່ງອອກຂາຍຕ່າງປະເທດ.
ດ້ານວັດທະນະທຳ ຮີດຄອງປະເພນີ, ການນຸ່ງຖື,
ການປາກເວົ້າ
ແມ່ນຍັງຮັກສາເອກະລັກ ຂອລຕົນເອົາໄວ້ໄດ້, ດ້ານສີລະປະວັນນະຄະດີ ແມ່ນຂັບລື້. ມາເຖິງວັນທີ 20 ມີນາ ປີ 1999 ຈຶ່ງໄດ້ຖືກປະກາດ
ໃຫ້ເປັນບ້ານວັດທະນະທຳ ບ້ານທຳອິດຂອງແຂວງໄຊຍະບູລີ
+. ວັດຖ້ຳຊຽງຍືນ. (ແຂວງໄຊຍະບູລີ)

ວັດຖ້ຳຊຽງຍືນ ຕັ້ງຢູ່ບ້ານເມືອງໝໍ
ເຊິ່ງຫ່າງຈາກເທດສະບານເມືອງແກ່ນທ້າວ ປະມານ 5 ກິໂລແມັດ, ນັກທ່ອງທ່ຽວສາມາດໄປຊົມຄວາມງາມ
ຂອງວັດຖ້ຳຊຽງຍືນ ໂດຍໃຊ້ທາງລົດ.
+. ວັດສີພູມ. (ແຂວງໄຊຍະບູລີ)
ວັດສີພູມ ຕັ້ງຢູ່ບ້ານ ສີພູມ
ເຊິ່ງເປັນບ້ານໃນເທດສະບານ ເມືອງແກ່ນທ້າວ, ນັກທ່ອງທ່ຽວ ສາມາດໄປທ່ຽວຊົມ ວັດສີພູມ ໂດຍທາງລົດ. ວັດສີພູມ ສ້າງຂຶ້ນມາໄດ້ ປະມານ 600 ກວ່າປີ (ໃນລະຫວ່າງ ສະຕະວັດທີ 15) ໂດຍແມ່ນ ນາງ ແພງສີ ເປັນຜູ້ສ້າງຂຶ້ນ. ນາງ ແພງສີ
ແມ່ນລູກຄົນທີໜຶ່ງ ໃນຈຳນວນລູກສອງຄົນ ຂອງພະຍາ ທ້າວ ແກ່ນ ແລະ ນາງ ເຈັດຜິວ ຜູ້ກໍ່ຕັ້ງ
ເມືອງແກ່ນທ້າວຂຶ້ນມາ ໃນສະຕະວັດທີ 15. ພະຍາທ້າວແກ່ນ ແລະ ນາງ ເຈັດຜິວ
ມີຈຸດປະສົງຢາກອົບຮົມສັ່ງສອນ ນາງ ແພງສີ ຜູ້ເປັນລູກສາວ
ໃຫ້ເປັນແມ່ຍິງທີ່ພຽບພ້ອມ ໄປດ້ວຍກິລິຍາມາລະຍາດ, ອ່ອນນ້ອມຖ່ອມຕົນ, ຮູ້ຈັກຕ່ຳຫູກທໍໄໝ, ເຮັດວຽກເຮືອນການຊານ.
ແຕ່ນາງ ແພງສີ ພັດມັກໄປທາງການຮ່ຳຮຽນ ວິຊາອາຄົມນຳພວກຜູ້ຊາຍ. ຈົນນາງມີຄວາມສາມາດເກັ່ງກ້າ, ມີວິຊາອາຄົມຫຼາຍພໍສົມຄວນ. ພາຍຫຼັງທີ່ ທ້າວ ໂທດຳ ຜູ້ເປັນລູກຄົນທີສອງ ຂອງພະຍາ ທ້າວ ແກ່ນ ຕົກນ້ຳເຫືອງຈົນເສຍຊີວິດ, ພະຍາ ທ້າວ ແກ່ນ ຈຶ່ງກິນບໍ່ແຊບນອນບໍ່ລັບ, ສຸຂະພາບອ່ອນເພຍ,
ເກີດເຈັບປ່ວຍຈົນເຖິງແກ່ຊີວິດ.
ນາງ ແພງສີ ຈຶ່ງໄດ້ຄອງເມືອງແທນພໍ່, ຂ່າວດັ່ງກ່າວ
ໄດ້ແພ່ໄປທົ່ວທຸກສາລະທິດ ເຮັດໃຫ້ ພວກຜູ້ຊາຍຜູ້ທີ່ມີວິຊາອາຄົມ ຢາກມາປະລອງສີມືກັບ ນາງ ແພງສີ. ສະນັ້ນ, ເສນາອາມາດ
ຈຶ່ງໄດ້ປ່າວປະກາດໄປແຕ່ລະເມືອງ
ເພື່ອຈັດການປະລອງ ສີມືກັບ ນາງ ແພງສີ,
ບັນດາພວກຜູ້ຊາຍ
ທີ່ມາປະລອງສີມືກັບນາງ ລ້ວນແລ້ວພາດທ່າເສຍທີໃຫ້ກັບ ນາງແພງສີ ໝົດທຸດຄົນ. ນາງ ແພງສີ ເປັນພະຍາຄອງເມືອງໄດ້ຫຼາຍປີ
ແຕ່ບໍ່ມີຄູ່ຄອງ, ເສນາອາມາດຈຶ່ງໄດ້ກາບທູນວ່າ:
ເຖິງເວລາແລ້ວ ທີ່ນາງຈະມີຄູ່ຄອງ
ເມື່ອໄດ້ຍິນແນວນັ້ນ
ນາງ ແພງສີ ກໍບໍ່ຂີນ ຈຶ່ງມອບໃຫ້ເສນາອາມາດ
ເປັນຜູ້ຈັດພິທີເລືອກຄູ່ຄອງ, ແຕ່ຜ່ານການເລືອກເຖິງ 3
ຄັ້ງ ກໍຍັງບໍ່ມີໃຜເໝາະສົມ ທີ່ຈະອະພິເສກສົມລົດໄດ້.
ສະນັ້ນ, ນາງ ແພງສີ ຈຶ່ງຢູ່ແຕ່ພຽງຜູ້ດຽວຕະຫຼອດມາ.
ຍ້ອນຄວາມສຳນຶກເຖິງບຸນຄຸນຂອງບັນພະບຸລຸດ ແລະ
ເຖົ້າແກ່ບູຮານ
ນາງ ແພງສີ ຈຶ່ງໄດ້ສ້າງວັດໜຶ່ງຂຶ້ນ ກໍຄື “ວັດສີພູມ” ເພື່ອເປັນການສົມມາຄາລະວະ ຕໍ່ດວງວິນຂອງບັນພະບຸລຸດ ແລະ ກໍ່ທາດເພື່ອອຸທິດບຸນກຸສົນ ໃຫ້ແກ່ພໍ່ແມ່
ແລະ ເສນາອາມາດ ຜູ້ຈົງຮັກພັກດີຕໍ່ຜູ້ເປັນພໍ່
ທີ່ໄດ້ລ່ວງລັບໄປແລ້ວນັ້ນຄື: ທາດມິ່ງ,
ທາດເມືອງ, ທາດ ນາງ ເຈັດຜິວ
ແລະ ທາດອື່ນໆ ອີກ.
+ ວັດສີບຸນເຮືອງ (ວັດບ້ານໃຫຍ່). (ແຂວງໄຊຍະບູລີ)
ວັດສີບຸນເຮືອງ (ວັດບ້ານໃຫຍ່) ຕັ້ງຢູ່ບ້ານໃຫຍ່ ເຊິ່ງເປັນບ້ານວັດທະນະທຳ, ຕັ້ງຢູ່ເທດສະບານເມືອງໄຊຍະບູລີ. ການເຂົ້າເຖິງ ທ່ານສາມາດ
ໄປກາບໄຫວ້ ຫຼື ຊົມຄວາມງາມຂອງວັດສີບຸນເຮືອງ
ໄດ້ໂດຍທາງລົດ.

ປະຫວັດຄວາມເປັນມາ ວັດສີບຸນເຮືອງຖືກສ້າງຂຶ້ນໃນປີ 1456. ໃນສະໄໝກ່ອນເປັນວັດທີ່ສ້າງດ້ວຍໄມ້, ໃນໄລຍະຫຼາຍປີທີ່ຜ່ານ ວັດໄດ້ຖືກໄຟໄໝ້ເປັນເວລາຫຼາຍຄັ້ງ. ດັ່ງນັ້ນ ຈຶ່ງເຮັດໃຫ້ໜັງສືໃບລານ ແລະ ເລື່ອງລາວຕ່າງໆພາຍໃນວັດ ຖືກໄຟໄໝ້ຈົນໝົດ. ຕໍ່ມາວັດສີບຸນເຮືອງ ໄດ້ຖືກສ້າງຂຶ້ນໃໝ່ໃນປີ 2010. ພະນອນທີ່ມີຄວາມຍາວ 6 ແມັດ ໄດ້ຖືກສ້າງສຳເລັດ. ຢູ່ໃນວັດແຫ່ງນັ້ນຍັງມີພະອົງໜຶ່ງຊື່ວ່າ: “ພະປັດຈານໃຈ” ເປັນພະພຸດທະຮູບ ທີ່ໄດ້ຖືກເກັບມ້ຽນໄວ້ເປັນຢ່າງດີ ຕັ້ງແຕ່ອາດີດເຖິງປະຈຸບັນ ເຊື່ອກັນວ່າ: ມີອາຍຸ 600 ກວ່າປີ, ປະຊາຊົນຊາວແຂວງໄຊຍະບູລີ ມີຄວາມເຊື່ອວ່າ: ພະອົງນີ້ເປັນພະທີ່ສັກສິດ; ເວລາມີການເດີນທາງຊາວພຸດ ໂດຍສະເພາະ ຊາວແຂວງໄຊຍະບູລີ ກໍ່ຈະໄປຂໍພອນ ເພື່ອໃຫ້ເພິ່ນ ປົກປັກສັກສາ ເດີນທາງດ້ວຍຄວາມປອດໄພ. ຖ້າທ່ານໄດ້ມາຢ້ຽມຢາມແຂວງໄຊຍະບູລີ ກໍ່ຂໍໃຫ້ທ່ານໄປກາບໄຫວ້ຂໍພອນ ເພື່ອຄວາມເປັນສິຣິມຸງຄຸນ. ທຸກມື້ຂຶ້ນ 13–15 ຄ່ຳ ຂອງເດືອນ 3 ລາວ ເຊິ່ງກົງກັບເດືອນ 2 ສາກົນ ຈະມີການຈັດງານບຸນພະເວດ (ແຫ່ຜີໂຂນ) ຂຶ້ນຢູ່ທີ່ວັດສີບຸນເຮືອງ ເຊ່ິ່ງຂະບວນແຫ່ຈະເລີ່ມຕັ້ງແຕ່ 4 ໂມງແລງ ຈາກປ່າຊ້າຈົນຮອດ 7 ໂມງແລງ ຂອງທຸກໆມື້.
No comments:
Post a Comment