+ ທີ່ຕັ້ງຂອງແຂວງໄຊຍະບູລີ
► ແຂວງ
ໄຊຍະບູລີ ຕັ້ງຢູ່ທິດຕາເວັນຕົກສ່ຽງເໜືອຂອງ ສປປ ລາວ. ທິດຕາເວັນອອກ ຕິດກັບແຂວງ
ອຸດົມໄຊ,
ແຂວງ
ຫຼວງພະບາງ ແລະ ແຂວງ ວຽງຈັນ; ທິດເໜືອ ຕິດກັບແຂວງ
ບໍ່ແກ້ວ;
ທິດຕາເວັນຕົກ
ແລະ ທິດໃຕ້ຕິດກັບ 6
ແຂວງຣາຊະອານາຈັກໄທ.ຄື:
ຊຽງຣາຍ,
ພະເຍົາ, ອຸດຕະຣາດິດ, ພິດສະນຸໂລກ, ນ່ານ ແລະ ເລີຍ.
►ແຂວງ
ໄຊຍະບູລີ ມີເນື້ອທີ່ 16.899
ກິໂລຕາແມດ, ມີປະຊາກອນ 353.123 ຄົນ, ຍິງ 175.733 ຄົນ, ມີ 448 ບ້ານ,. 67.080 ຄອບຄົວ
(ສະຖິຕິ 2009).
ຄວາມໜາແໜ້ນຂອງ
ປະຊາກອນ ສະເລ່ຍ 21
ຄົນ
ຕໍ່ 1
ກິໂລຕາແມດ.
►ແຂວງ
ໄຊຍະບູລີ ແບ່ງອອກເປັນ 11
ເມືອງ
ຄື: ເມືອງ ໄຊຍະບູລີ,
ເມືອງ
ຄອບ,
ເມືອງ
ຊຽງຮ່ອນ,
ເມືອງ
ເງິນ,
ເມືອງ
ຫົງສາ,
ເມືອງ
ພຽງ,
ເມືອງ
ປາກລາຍ,
ເມືອງ
ແກ່ນ ທ້າວ,
ເມືອງ
ບໍ່ແຕນ,
ເມືອງ
ທົ່ງມີໄຊ ແລະ ເມືອງ ໄຊສະຖານ..ທີ່ວ່າການແຂວງ ຄື ເມືອງ ໄຊຍະບູລີ.
►ແຂວງ
ໄຊຍະບູລີ ປະກອບດ້ວຍ 8
ຊົນເຜົ່າ
ຄື: ເຜົ່າລາວ,
ເຜົ່າລື້, ເຜົ່າຍວນ, ເຜົ່າໄທ ດຳ, ເຜົ່າກຶມມຸ, ເຜົ່າໄປຼ, ເຜົ່າອິວມຽນ ແລະ
ເຜົ່າມົ້ງ. ປະຊາກອນບາງເຜົ່າ
ຍັງປາກເວົ້າ ແລະ ນຸ່ງຖືຕາມປະເພນີຂອງເຜົ່າຕົນ.
►ພື້ນຖານເສດຖະກິດຂອງແຂວງ
ໄຊຍະບູລີ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ. ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້
8,5%,
ສະເລ່ຍລາຍຮັບໃສ່ຫົວຄົນ ໄດ້ 1.057 ໂດລາຕໍ່ຄົນຕໍ່ປີ
(ປີ 2010)
►ບຸນປະເພນີທີ່ສຳຄັນໄດ້ແກ່ບຸນປີໃໝ່,ບຸນຊວງເຮືອ(ຈັດຂຶ້ນພ້ອມກັບບຸນຊ່ວງເຮືອນະຄອນຫຼວງວຽງຈັນ),ເທດສະການບຸນຊ້າງ(ຈັດຂຶ້ນໃນລະຫວ່າງກາງເດືອນກຸມພາ), ບຸນປປີໃໝ່ຂອງເຜົ່າມົ້ງ, ບຸນປົດປີ (ບຸນປີໃໝ່)
ຂອງເຜົ່າກຶມມຸ,
ບຸນຂຶ້ນເຮືອນໃໝ່.
►ແຂວງ
ໄຊຍະບູລີ ເປັນແຂວງທີ່ມີພູດອຍຫຼາຍຊຶ່ງເນື້ອທີ່ຫຼາຍກວ່າ 3/4 ເປັນພູສູງ, ແຕ່ແຂວງ ຍັງອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດເຊັ່ນ:
ປ່າໄມ້ ກວມ 50%.
ອາຊີບຕົ້ນຕໍຂອງປະຊາຊົນ
ແມ່ນການປູກຝັງ,
ລ້ຽງສັດ
ແລະ ບໍລິການຄ້າຂາຍຈຳນວນໜຶ່ງ.
►ສຳລັບຜູ້ທີ່ຈະເດີນທາງໄປແຂວງ
ໄຊບະບູລີ ສາມາດໄປດ້ວຍທາງລົດ, ທາງນ້ຳ ແລະ ຍົນ.
No comments:
Post a Comment