ແຫຼ່ງທ່ອງທ່ຽວ
ແຂວງໄຊຍະບູລີມີແຫຼ່ງທ່ອງທ່ຽງຫຼາຍໆແຫ່ງເຊັ່ນ :
1. ຫ້ວຍນ້ຳໃສ ອາຍຸວັດທະນະ. (ແຂວງໄຊຍະບູລີ)

ລັກສະນະຂອງສະຖານທີ່ນີ້ ເປັນສະຖານທີ່ທ່ອງທ່ຽວທຳມະຊາດ
ທີ່ມີຄວາມສວຍງາມ, ອາກາດເຢັນສົດຊື່ນ ເໝາະແກ່ການພັກຜ່ອນກິນເຂົ້າປ່າ ນອກຈາກນີ້
ທ່ານຍັງສາມາດຮຽນຮູ້ ຊັບພະຄຸນຂອງຢາພື້ນເມືອງຫຼາຍຊະນິດ
ຢູ່ພາຍໃນສວນອະນຸລັກ, ຕົ້ນໃມ້ເປັນຢາ, ແລ້ວຜ່ອນຄາຍຄວາມອິດເໝື່ອຍ ດ້ວຍການຮົມຢາພື້ນເມືອງ, ນວດແຜນບູຮານ,
ອາບນ້ຳໃສ ແລະ ກິດຈະກຳອື່ນໆ.
ຖ້າທ່ານໃດສົນໃຈຢາກໄດ້ຢາພື້ນເມືອງ, ທາງສູນບໍລິການກໍ່ສາມາດ ສະໜອງໃຫ້ທ່ານໄດ້.
2.ເຂດພັນຖ້ຳນ້ຳທັ່ງ. (ແຂວງໄຊຍະບູລີ)
ທີ່ຕັ້ງເຂດພັນຖ້ຳນ້ຳທັ່ງ ຕັ້ງຢູ່ຫ່າງຈາກເທດສະບານເມືອງໄຊຍະບູລີ ໄປທາງທິດໃຕ້ປະມານ 43 ກິໂລແມັດ.
ການເຂົ້າເຖິງແມ່ນທ່ານສາມາດ
ໄປໄດ້ໂດຍທາງລົດ ຫຼື ເຮືອ. ປະຫວັດຄວາມເປັນມາ ເຂດພັນຖ້ຳນ້ຳທັ່ງ ໄດ້ຮັບການພັດທະນາ ເປັນ ແຫຼ່ງທ່ອງທ່ຽວໃນປີ
2009. ໂດຍໄດ້ຮັບການ ສະໜັບສະໜູນຈາກ
ໂຄງການພັດທະນາການທ່ອງທ່ຽວແບບຍືນຍົງ (ADB)
ແລະ ໄດ້ເປີດບໍລິການໃນປີ 2011. ລັກສະນະຂອງສະຖານທີ່ ເຂດພັນຖ້ຳນ້ຳທັ່ງ ກວມເອົາ 4 ບ້ານເຊັ່ນ: ບ້ານນາທັງ,ບ້ານແກ້ວ, ບ້ານປາກຮຸ່ງ ແລະ ບ້ານຫ້ວຍແກ້ງ. ກິດຈະກຳການທ່ອງທ່ອງທ່ຽວຢູ່ເຂດນີ້ ແມ່ນການຍ່າງປ່າ, ຊົມຖ້ຳ, ພັກແຮມນຳເຮືອນປະຊາຊົນ, ຮັບປະທານອາຫານພື້ນບ້ານ,
ຟັງການຂັບລຳແບບທ້ອງຖິ່ນ, ຍິງໜ້າເກັກ,
ລ່ອງເຮືອ.
3. ອ່າງນ້ຳຕຽນ. (ແຂວງໄຊຍະບູລີ)

4.
ນ້ຳຕົກຕາດເຈົ້າ.
(ແຂວງໄຊຍະບູລີ)
ທີ່ຕັ້ງນ້ຳຕົກຕາດເຈົ້າ ຕັ້ງຢູ່ບ້ານທ່າເດື່ອ,
ເຊິ່ງຫ່າງຈາກຕົວເມືອງໄຊຍະບູລີ
ໄປທາງທິດເໜືອປະມານ 30 ກິໂລແມັດ. ການເຂົ້າເຖິງ ນ້ຳຕົກຕາດເຈົ້າ
ແມ່ນສາມາດເຂົ້າເຖິງດ້ວຍ ເສັ້ນທາງລົດ
ແລະ
ສາມາດໄປໄດ້ທັງສອງລະດູ. ປະຫວັດຄວາມເປັນມາ ນ້ຳຕົກຕາດເຈົ້າ ແມ່ນສະຖານທີ່ ທີ່ປະຊາຊົນ ຊາວເມືອງໄຊຍະບູລີ
ກໍ່ຄືແຂກຕ່າງດ້າວທ້າວຕ່າງແດນ ນິຍົມໄປທ່ຽວຊົມ,
ພັກຜ່ອນ ຫຼື
ພາກັນມາອາບນ້ຳ ໂດຍມີຄວາມເຊື່ອວ່າ ເມື່ອອາບແລ້ວ ຈະເຮັດໃຫ້ຮ່າງກາຍແຂງແຮງ ແລະ
ສະສາງລ້າງສ່ວຍສິ່ງທີ່ບໍ່ດີອອກໄປ. ໃນສະໄໝກ່ອນ ພໍຮອດບຸນກຸດສົງການປີໃໝ່ລາວ ຂອງທຸກໆປີ ເຈົ້າຊີວິດຫຼວງພະບາງ ຈະໃຫ້ຄົນມານຳເອົານ້ຳຢູ່ແຫ່ງນີ້
ໄປຫົດສົງພະບາງ ຢູ່ທີ່ຫຼວງພະບາງ.
ລັກສະນະຂອງນ້ຳຕົກ
ເປັນນ້ຳຕົກຕາດ ທີ່ມີຄວາມສູງ ປະມານ 12
ແມັດ, ກ້ວາງປະມານ 2
ແມັດ.
ຢູ່ບໍລິເວນດັ່ງກ່າວ ແມ່ນຖືກປົກຄຸມໄປດ້ວຍຕົ້ນໄມ້ໃຫຍ່,
ຢູ່ຈຸດທີ່ນ້ຳອອກ ມີພະພຸດທະຮູບ ປະດິດສະຖານຢູ່
ເພື່ອໃຫ້ແຂກຄົນທີ່ໄປທ່ຽວຊົມໄດ້ກາບໄຫວ້ບູຊາ. ມີສາລາໃຫ້ນັກທ່ອງທ່ຽວໄດ້ນັ່ງພັກຜ່ອນ ແລະ
ສາມາດຫຼຽວເຫັນທິວທັດ ທຳມະຊາດ
ທີ່ສວຍງາມ
ຂອງແມ່ນ້ຳຂອງ.
5.ຕົ້ນໄມ້ຂ່າໃຫ່ຍ.
(ແຂວງໄຊຍະບູລີ)
ຕົ້ນໄມ້ຂ່າໃຫຍ່ ຕັ້ງຢູ່ບ້ານສົມສະຫວາດ,
ເຊິ່ງຫ່າງຈາກຕົວເມືອງພຽງ
ໄປທາງທິດໃຕ້ປະມານ 65 ກິໂລ ແມັດ. ການເຂົ້າເຖິງໂດຍເສັ້ນທາງລົດ ເຂົ້າເຖິງຕົ້ນໄມ້ຂ່າໃຫຍ່ ແມ່ນສາມາດໄປໄດ້ທັງສອງລະດູ.
ຕົ້ນໄມ້ຂ່າໃຫ່ຍ ມີລວງຮອບເຖິງ 9 ວາ, ລຳຕົ້ນສູງປະມານ 14
ແມັດ ແລະ
ອີກຕົ້ນໜຶ່ງ ທີ່ມີຮູບງາມ ມີຮາກຍາວພົ້ນດິນຂຶ້ນ ສອດຕາມຫວ່າງກ້ອນຫີນຢ່າງແປກປະຫຼາດ
ນອກຈາກນີ້ກໍ່ຍັງມີຫຼາຍຕົ້ນ
ເປັນດົງໃຫ່ຍທີ່ເກີດຂຶ້ນໃນບໍລິເວນນັ້ນ.
ໃນປີ
1990 ໂດຍແມ່ນ ທ່ານ
ລຽນ (ພໍ່ດອນ) ທ່ານໄດ້ເຂົ້າໄປຊອກຢູ່ຫາກິນໃນປ່າ ເລີຍໄດ້ພົບເຫັນຈິ່ງມາລາຍງານ ອຳນາດການປົກຄອງບ້ານ ຈາກນັ້ນມາ
ຊາວບ້ານ ຈຶ່ງໄດ້ປົກປັກຮັກສາ ມາເຖິງປີ 2000 ອົງການການຈັດຕັ້ງບ້ານ ຈຶ່ງໄດ້ນຳພາຂະບວນການ ຂອງປະຊາຊົນ ໄປອອກແຮງງານ ຖ່າງປ່າ, ຕັດແລວເສັ້ນທາງຂຶ້ນ ໄປຈົນຮອດຕົ້ນໄມ້ຂ່າໃຫ່ຍ ຕໍ່ຈາກນັ້ນມາ ກໍ່ໄດ້ຮັບການປົກປັກຮັກສາຈົນເຖິງປະຈຸບັນ.
6. ບໍ່ນ້ຳປຸ່ນ. (ແຂວງໄຊຍະບູລີ)
ບໍ່ນ້ຳປຸ່ນຕັ້ງຢູ່ບ້ານໂພນໄຊ
ເຊິ່ງຫ່າງຈາກຕົວເມືອງພຽງ ໄປທາງທິດໃຕ້ປະມານ 68 ກິໂລແມັດ, ການເຂົ້າເຂົ້າເຖິງບໍ່ນ້ຳປຸ່ນ
ແມ່ນສາມາດເຂົ້າເຖິງ ໂດຍເສັ້ນທາງລົດ ແລະ ສາມາດໄປໄດ້ທັງສອງລະດູ.
ບໍ່ນ້ຳປຸ່ນມີເນື້ອທີ່ທັງໜົດ 36,85 ເຮັກຕາ, ຫ່າງຈາກຖ້ຳຜາຫວາຍ
200 ແມັດ ,
ລົງມາທາງເບື້ອງຂວາ ຫ່າງຈາກເສັ້ນທາງຫຼວງ ປະມານ 10 ແມັດ, ເປັນຕີນຜາ
ທີ່ຕິດກັບຖ້ຳຜາຫວາຍ ຈະມີນ້ຳອອກບໍ່
ທີ່ມີນ້ຳໄຫຼຕະຫຼອດປີ ໄຫຼລົງໃສ່ນ້ຳຍາມ,
ນ້ຳປຸ່ນພົບເຫັນມາຫຼາຍເຊັ່ນຄົນແລ້ວ
ໃນເມື່ອກ່ອນ ບໍລິເວນນ້ຳປຸ່ນອອກມາ
ມີແຜ່ນຫີນໃຫຍ່, ດຳ, ເປັນພັກໆ ມີລັກສະນະຄ້າຍຄືກັບ “ເຫືອກຄວາຍ”
ປິດຢູ່, ມີນ້ຳທີ່ໄຫຼອອກມາຄ່ອຍໆ. ຫຼັງຈາກການ
ບຸກເບີກເສັ້ນທາງຫຼວງແຫ່ງຊາດ
ມີນັກສຳຫຼວດຂຸດຄົ້ນບໍ່ແຮ່
ໄດ້ມາຕັ້ງແຄມຢູ່ທີ່ນັ້ນ ແລ້ວໄດ້ເອົາແຜ່ນຫີນນັ້ນອອກໄປ
ເຮັດໃຫ້ມີນ້ຳໄຫຼອອກມາຫຼາຍ ແລະ
ແຮງກ່ວາເກົ່າຈົນເຖິງທຸກວັນນີ້.
7. ຖ້ຳຜາຫວາຍ. (ແຂວງໄຊຍະບູລີ)
ທີ່ຕັ້ງຖ້ຳຜາຫວາຍ ຕັ້ງຢູ່ບ້ານສົມສະຫວາດ, ເຊິ່ງຫ່າງຈາກຕົວເມືອງພຽງ ໄປທາງທິດໃຕ້ປະມານ 68
ກິໂລ ແມັດ, ການເຂົ້າເຖິງໂດຍເສັ້ນທາງລົດ ເຂົ້າເຖິງຖ້ຳຜາຫວາຍ ແມ່ນສາມາດໄປໄດ້ທັງສອງລະດູ.
ປະຫວັດຄວາມເປັນມາ ໃນເມື່ອກ່ອນຖ້ຳຜາຫວາຍ ມີຊື່ວ່າ:
ຖ້ຳພະຫຼາຍ ຕາມການບອກເລົ່າຕໍ່ໆກັນມາວ່າ
ເປັນເຂດປ່າທີ່ຕຶບໜາ ທີ່ຜູ້ຄົນເອີ້ນ
ເປັນເຂດ ຜີບໍ່ລ່ອງຄົນບໍ່ທຽວ,
ໃນຖ້ຳ
ມີພະພຸດທະຮູບທີ່ຫຼາກຫຼາຍ ຍາມລະດູໜາວ
ຝາຜະໜັງຖ້ຳຈະເປັນຮູບເງົາເຫຼື້ອມຄືສີເງິນ, ຫຼັງຈາກປີ 1988
ຖ້ຳໄດ້ຖືກທຳລາຍ ເຮັດໃຫ້ຖ້ຳມີໂຄງສ້າງລັກສະນະ
ທີ່ແຕກຕ່າງຈາກເດີມ. ຈົນມາເຖິງປີ 1995–1996
ມີການບຸກເບີກເສັ້ນທາງຫຼວງ
ແລະ ເປັນການ ຮູ້ຈັກຖ້ຳຫຼາຍຂຶ້ນໃນນາມ “ຖ້ຳຜາຫວາຍ” ເພາະເອີ້ນຊື່ ຕາມສະພາບແວດລ້ອມອ້ອມຂ້າງ
ເຫດຜົນຍ້ອນມີຕົ້ນຫວາຍຫຼາຍຊະນິດ
ລາຍລ້ອມອ້ອມອອກຕາມຜາ
ແລະ ໃນຕົວຖ້ຳກໍ່ບໍ່ພົບພະພຸດທະຮູບ ຈຶ່ງເອີ້ນວ່າ: ຖ້ຳຜາຫວາຍ ຈົນເຖິງທຸກວັນນີ້.
8. ທາດນາງສາມຜິວ. (ແຂວງໄຊຍະບູລີ)

9. ຫໍໄຊ. (ແຂວງໄຊຍະບູລີ)
ຫໍໄຊຕັ້ງຢູ່ບ້ານນາສະຫວ່າງ ເມືອງປາກລາຍ ເຊິ່ງເປັນເທດສະບານເມືອງປາກລາຍ. ທ່ານສາມາດໄປທ່ຽວຊົມຫໍໄຊ ໂດຍໃຊ້ທາງລົດ. ຫໍໄຊ ຖືກສ້າງຂຶ້ນເພື່ອເປັນສະຖານ ທີ່ປະທັບຂອງເຈົ້າຊີວິດ ແຫ່ງອານາຈັກຫຼວງພະບາງ ໃນເວລາສະເດັດລົງມາເຄື່ອນໄຫວວ ຽກງານທາງລາຊະການ ແລະ ຢ້ຽມຢາມປະຊາຊົນ. ນອກຈາກນີ້ ຍັງເປັນບ່ອນປະທັບຂອງເ ຊື້ອສາຍກະສັດ ໃນເວລາເດີນທາງໄປ-ມາ ລາດຊະການ ຕາມລຳແມ່ນ້ຳຂອງ. ປະຈຸບັນ ອຳນາດການປົກຄອງ ໄດ້ປັບປຸງມາເປັນຫ້ອງການຂອງລັດ.
ຫໍໄຊຖືກສ້າງຂຶ້ນດ້ວຍໄມ້ສັກ ທັງໝົດປະກອບມີ 2 ຫ້ອງ ຄື: ຫ້ອງຮັບແຂກ ແລະ ຫ້ອງນອນ ເຊິ່ງມີຄວາມກ້ວາງທັງໝົດ 18 ແມັດ ແລະ ຍາວ 19 ແມັດ. ເຫດຜົນທີ່ໄດ້ຊື່ວ່າ “ຫໍໄຊ” ນັ້ນມີທີ່ມາຈາກການນຳໃຊ້ ສະຖານທີ່ແຫ່ງນີ້
ເປັນບ່ອນສະຫຼອງໄຊຊະນະ ຈາກການຕໍ່ສູ້ຕ້ານ ສັກດິນາສະຫຍາມ ພາຍໃຕ້ການນຳພາຂອງ
ມະຫາອຸປະຣາດບຸນຄົງ ເພື່ອທວງເອົາແຂວງໄຊຍະບູລີ ກັບຄືນມາຈາກສະຫຍາມ.
10.ພູປູ່ລ້ານ-ພູຍ່າຫງອກ.(ແຂວງໄຊຍະບູລີ)


11. ອ່າງນ້ຳຕຳ. (ແຂວງໄຊຍະບູລີ)
ອ່າງນ້ຳຕຳຕັ້ງ ຢູ່ບ້ານໂຄກກະເບົາ ເມືອງ ແກ່ນທ້າວ ເຊິ່ງຫ່າງຈາກ ຕົວເມືອງແກ່ນທ້າວ ປະມານ 8 ກິໂລ ແມັດ, ນັກທ່ອງທ່ຽວ ສາມາດໄປພັກຜ່ອນ, ຊິມອາຫານ ຢູ່ອ່າງນ້ຳຕຳ ໂດຍໃຊ້ທາງລົດ.
ອ່າງນ້ຳຕຳ ແມ່ນອ່າງເກັບນ້ຳຂະໜາດກາງ ເຊິ່ງໄດ້ສ້າງຂຶ້ນ ແລະ ສຳເລັດ ໃນປີ 2000, ມີເນື້ອທີ່ທັງໝົດ 17
ກິໂລແມັດມົນທົນ, ມີລະບົບ ຊົນລະປະທານ ຕອບສະໜອງນ້ຳ ໃຫ້ແກ່ການຜະລິດລະດູນາປີ. ອ່າງນ້ຳຕຳແມ່ນຈຸດໜຶ່ງ
ທີ່ມີທິວທັດທຳມະຊາດທີ່ສວຍງາມ, ມີພູຫີນປອກໂລ້ນ ສູງສະຫງ່າງາມຕາ, ມີປ່າໄມ້ສະຫຼັບຊັບຊ້ອນ ຢູ່ບໍລິເວນອ່າງ ເຊິ່ງເໝາະສົມແກ່ການພັກຜ່ອນ ແລະ
ການທ່ອງທ່ຽວ. ພາຍໃນບໍລິເວນອ່າງນ້ຳຕຳ
ຍັງມີຮ້ານອາຫານ
ແລະ ສະຖານທີ່ພັກແຮມ ເພື່ອຮອງຮັບນັກທ່ອງທ່ຽວ. ໃນແຕ່ລະປີ ເມື່ອຮອດບຸນປີໃໝ່ລາວ ກໍ່ໄດ້ຈັດໃຫ້ມີການແຂ່ງຂັນເຮືອຊ່ວງ
ປະເພດ 10 ສີພາຍ ແລະ ມີງານມ່ວນຊື່ນສັງສັນ.
12. ນ້ຳຕົກຕາດຮຳ. (ແຂວງໄຊຍະບູລີ)
ນ້ຳຕົກຕາດຮຳ ຕັ້ງຢູ່ບ້ານເມືອງຮຳ, ເມືອງບໍ່ແຕນ, ເຊິ່ງຫ່າງຈາກເທດສະບານເມືອງບໍ່ແຕນ ປະມານ 5 ກິໂລແມັດ, ມີເສັ້ນທາງລົດໄປຫາ ນ້ຳຕົກຕາດຮຳ ສາມາດໄປໄດ້ທັງສອງລະດູ.
ຕາມເລື່ອງເລົ່າມາແຕ່ບູຮານນະການວ່າ: ແຕ່ກີ້ແຕ່ກ່ອນ ມີເມືອງໜຶ່ງຊື່ວ່າ: “ເມືອງທ່າໂຮງ”; ເຊິ່ງມີໜອງນ້ຳໃຫຍ່ແຫ່ງໜຶ່ງ
ທີ່ມີຕົ້ນໄມ້ໄຜ່ລຽນອ້ອມຈອດກັນ ເອີ້ນວ່າ: “ໜອງໄຜ່ລ້ອມ” (ປະຈຸບັນກໍຍັງມີຊື່ວ່າ “ໜອງໄຜ່ລ້ອມ”) ເຊິ່ງເປັນທີ່ຢູ່ ອາໄສຂອງເງືອກໂຕໜຶ່ງ. ມື້ໜຶ່ງ, ເງືອກໂຕນັ້ນ ໄດ້ປອມໂຕເປັນກະປູ ແລ້ວໄປຄາບຕີນລູກສາວພະຍາ ທີ່ກຳລັງຕ່ຳຫູກຢູ່ກ້ອງລ່າງເຮືອນ ແລ້ວນໍາເອົານາງ ລົງໄປທ່ານ້ຳ (ທ່ານ້ຳແຫ່ງນັ້ນ ຈຶ່ງມີຊື່ວ່າ “ທ່ານາງ” ຈົນເຖິງປະຈຸບັນ). ພະຍາຈຶ່ງໄດ້ແຕ່ງໝໍມົນ ແລະ
ເຖົ້າແກ່ຈຳນວນໜຶ່ງ ໄປເຮັດພິທີ ເພື່ອຊອກຫາລູກສາວ, ພວກເຂົາໄດ້ນຳຮອຍຕີນນັ້ນ ໄປຮອດທ່ານ້ຳແຫ່ງໜຶ່ງ
(ເອີ້ນວ່າ: “ນ້ຳຮອຍ” ຈົນເຖິງປະຈຸບັນ).
ພວກເຂົາສືບຕໍ່ນຳຮອຍຕີນນັ້ນໄປ ຈົນຮອດວັງນ້ຳ ພັດເຫັນແຕ່ເສື້ອແດງຂອງນາງ
(ຈຶ່ງເອີ້ນວ່າ “ວັງສະແດງ”
ໃນປະຈຸບັນ)
ໝໍມົນ ແລະ ເຖົ້າແກ່ ໄດ້ນຳຮອຍໄປຈົນຄ່ຳ
ເລີຍພໍ້ກະຕ່າຍຊຸມໜຶ່ງຢູ່ແກ້ງ
(ເລີຍເອີ້ນວ່າ “ແກ້ງລາດກະຕ່າຍ” ຈົນເຖິງປະຈຸບັນ). ເມື່ອພວກເຂົາໄປຮອດແກ້ງ ແຫ່ງໜຶ່ງ ແລະ
ໄດ້ໄຕ້ທຽນ (ເລີຍເອີ້ນວ່າ “ແກ້ງທຽນ” ເປັນສະຖານທີ່ທ່ອງທ່ຽວຂອງເມືອງບໍ່ແຕນໃນປະຈຸບັນ). ຈາກນັ້ນ,
ກໍ່ນຳຮອຍຂຶ້ນໄປ
ທາງເບື້ອງຊ້າຍຝ່າຍຕາເວັນຕົກຂອງນ້ຳຮອຍ ຝົນເລີຍຕົກຮຳ
(ຈຶ່ງເອີ້ນວ່າ “ນ້ຳຮຳ”). ຈາກນັ້ນ, ພວກເຂົາກໍສືບຕໍ່ເດີນທາງໄປຕາມສາຍນ້ຳແຫ່ງນັ້ນ ຈົນໄປຮອດນ້ຳຕົກທີ່ສູງຊັນແຫ່ງໜຶ່ງ ແລະ
ໄປຕໍ່ບໍ່ໄດ້ (ເລີຍເອີ້ນວ່າ “ນ້ຳຕົກຕາດຂອງນ້ຳຮຳ”) ອັນເປັນທີ່ມາຂອງ “ນ້ຳຕົກຕາດຮຳ” ທີ່ລືຊື່
ຂອງເມືອງບໍ່ແຕນຈົນເຖິງປະຈຸບັນ.
ນ້ຳຕົກຕາດຮຳສູງປະມານ 30 ແມັດ,
ເລິກ 15 ແມັດ
ແລະ ກວ້າງ 30 ແມັດ.
13. ຖ້ຳນາງຫຼຽວ (ແຂວງໄຊຍະບູລີ)
ຖ້ຳນາງຫຼຽວ ມີຄວາມຍາວ ປະມານ 100
ແມັດ, ຕັ້ງຢູ່ບ້ານປ່າຊາງ,
ເມືອງຄອບ, ຫ່າງຈາກເທດສະບານເມືອງຄອບ ປະມານ 22 ກິໂລແມັດ, ນັກທ່ອງທ່ຽວສາມາດໄປຊົມຄວາມງາມຂອງຖ້ຳນາງຫຼຽວ
ໂດຍທາງລົດ.
ຕາມເຖົ້າແກ່ບູຮານ ເລົ່າສືບຕໍ່ກັນມາວ່າ:
ຫຼາຍປີມາແລ້ວ ມີພະຍາເມືອງຈຽງຕອງ ຊື່ວ່າ ທ້າວ ແສງເມືອງ ເຊິ່ງເປັນລູກຊາຍ ຜູ້ທີ 4
ຂອງພະຍາເມືອງຊຽງແຂງ (ເມືອງວຽງພູຄາ ແຂວງຫຼວງນ້ຳທາ ໃນປະຈຸບັນ). ໃນເວລາຕໍ່ມາ
ພະຍາເມືອງຜູ້ເປັນພໍ່ ໄດ້ສິ້ນພະຊົນ, ບັນດາລູກຊາຍ ຈຶ່ງເກີດຍາດຊິງຕຳແໜ່ງ,
ເລີຍເຮັດໃຫ້ບໍ່ຖືກກັນ, ທ້າວແສງເມືອງ
ຈຶ່ງໄດ້ລ່ອງເຮືອລົງມາຕາມລຳແມ່ນ້ຳຂອງ, ມາເຫັນພູຜາທີ່ສູງຊັນ, ມີຖ້ໍາມີຮູທີ່ສວຍງາມ; ທ້າວ ແສງເມືອງ
ຈິ່ງເຕົ້າໂຮມບ່າວໄພ່ລາດຊະດອນ ສ້າງຕັ້ງເປັນເມືອງຈຽງຕອງ (ປະຈຸບັນເອີ້ນວ່າ“ຊຽງທອງ”) ທີ່ຂຶ້ນກັບເມືອງປາກທາ, ແຂວງບໍ່ແກ້ວ. ພາຍຫຼັງທີ່ທ້າວ ແສງເມືອງ ໄດ້ສ້າງຕັ້ງເມືອງຈຽງຕອງແລ້ວ
ກໍ່ໄດ້ຜູກມິດໄມຕີກັບ ເມືອງຂອມໄຂ (ເມືອງຄອບ ໃນປະຈຸບັນ),
ພະຍາເມືອງຂອມໄຂໃນເວລານັ້ນ ມີລູກສາວງາມຄົນໜຶ່ງ ຊື່ວ່າ: ນາງ ຂຽວຄຳ. ທ້າວ ແສງເມືອງ
ຕ້ອງການຢາກເອົານາງມາເປັນຄູ່ຮ່ວມຊີວິດ ແລະ ໄດ້ນັດນາງ ມາພົບຢູ່ຖ້ຳທົ່ງແລ້ງ ເປັນປະຈຳ.
ວັນໜຶ່ງ, ນາງ ຂຽວຄຳ ໄດ້ມາລໍຖ້າ ທ້າວ ແສງເມືອງ
ຢູ່ຖ້ຳທົ່ງແລ້ງ, ແຕ່ວ່າ ທ້າວ ແສງເມືອງ ບໍ່ມາຕາມທີ່ໄດ້ນັດໝາຍກັນໄວ້,
ນາງຈິ່ງໄດ້ນັ່ງງອຍຢູ່ປາກຖ້ຳ ແລະ ຫຼຽວເບິ່ງຊາຍຊູ້ ຈົນຕາເວັນຕົກດິນ
ນາງຈິ່ງຮ້ອງໄຫ້ອອກມາດ້ວຍຄວາມເສຍໃຈ. ດັ່ງນັ້ນ, ຊາວບ້ານ
ຈິ່ງໄດ້ປ່ຽນຊື່ຖ້ຳທົ່ງແລ້ງ ມາເປັນຖ້ຳນາງຫຼຽວ ຈົນເຖິງປະຈຸບັນ.
14. ຖ້ໍາພໍ່ບົວ.
(ແຂວງໄຊຍະບູລີ)
ຖ້ໍາພໍ່ບົວຕັ້ງຢູ່ບ້ານຂິ່ງ ຫ່າງຈາກເທດສະບານເມືອງຊຽງຮ່ອນ
ປະມານ 5 ກິໂລແມັດ, ນັກທ່ອງທ່ຽວສາມາດໄປຊົມ ຖ້ຳພໍ່ບົວດ້ວຍການຂີ່ລົດ. ເປັນເວລາດົນນານມາແລ້ວ
ມີພະບົວລຽບປັດສະໂຖ ພ້ອມດ້ວຍສຳມະເນນ 3 ອົງ ຄື: ສຳມະເນນ ອິນເຫຼົາ, ສຳມະເນນຄຳ ແລະ ສຳມະເນນກັນນິຖາ ພາກັນໄປຈຳສິນພາວັນນາຢູ່ໃນປ່າ, ສ່ວນພະບົວລຽບປັດສະໂຖ ໄດ້ຈຳສິນຢູ່ໃນຖ້ຳ.
ການທີ່ມີພະສົງໄປຈຳສິນພາວັນນາ ສຶກສາຮ່ຳຮຽນວິໄນສົງຢູ່ເຂດນັ້ນ
ກໍເລີຍມີອອກຕົນຍາດໂຍມພາຍໃນບ້ານຂິ່ງ ແລະ ບ້ານຄ້ຳພາກັນມາ ບູລະນະປະຕິສັງຂອນຖ້ຳແຫ່ງນີ້
ດ້ວຍການປຸກສ້າງກຸດຕິ, ກໍ່ພະທາດເຈດີ ແລະ ໄດ້ນຳເອົາພະພຸດທະຮູບໄປປະດິດສະຖານ
ເພື່ອສັກກາລະບູຊາ. ບຸນປີໃໝ່ລາວຂອງທຸກໆປີ ປະຊາຊົນໄດ້ພ້ອມພາກັນ
ໄປຫົດສົງພະພຸດທະຮູບ ແລະ ເປັນການໄປທ່ຽວຊົມທຳມະຊາດ
ທີ່ມີຄວາມສວຍສົດງົດງາມ.
15.
ພະທາດມ່ານ.
(ແຂວງໄຊຍະບູລີ)
ພະທາດມ່ານ ຕັ້ງຢູ່ບ້ານເມືອງຫານຫານ
ເຊິ່ງຫ່າງຈາກເທດສະບານເມືອງຫົງສາ ປະມານ 6
ກິໂລແມັດ, ນັກທ່ອງທ່ຽວ ສາມາດໄປຊົມຄວາມເກົ່າແກ່ຂອງພະທາດມ່ານ
ໂດຍການຂີ່ລົດ.
ຕາມການເລົ່າຂອງເຖົ້າແກ່ບູຮານວ່າ: ທາດລູກນີ້ ໄດ້ຖືກສ້າງຂຶ້ນໃນສະໄໝປະເທດລາວເປັນຫົວເມືອງຂຶ້ນຂອງພະມ້າ, ເວລາພະມ້າຖືກເຈົ້າໄຊເສດຖາທິລາດປາບ ແລະ ຍອມພ່າຍແພ້ສົງຄາມ ໃນປີ 1566; ເວລານັ້ນ ກໍ່ພາກັນເອົາປູນຢູ່ຖົງຄ້ຽວໝາກໃຜມັນ ມາກໍ່ທາດລູກນີ້ ໄວ້ເປັນອານຸສອນ, ແລ້ວກໍ່ກັບຄືນປະເທດ. ຕໍ່ມາ, ກໍ່ມີອ້າຍຫຳ ພາລູຫຼານມາແຕ່ບ້ານນາຍາວ, ແຂວງໄຊຍະບູລີ, ມາຕັ້ງບ້ານຢູ່ບ້ານດອນ (ບ້ານເກົ່າ) ແລ້ວກໍ່ພາກັນໄປເລາະຕັດຫວາຍ, ເລີຍໄປພົບພະທາດລູກນີ້ ມີລັກສະນະຊຸດໂຊມ, ແຕ່ບໍ່ພົບໜັງສືຫຍັງ. ຈາກນັ້ນ, ກໍ່ມີ ແສນ ຫັດສະດີ ມາຈາກໃສກໍ່ບໍ່ຮູ້ ນຳພາລູກຫຼານມາຊອກບ່ອນຢູ່, ອ້າຍຫຳ ຈິ່ງບອກວ່າ: ຢູ່ລ້ອງປ່າຫວາຍ ມີທາດລູກໜຶ່ງ ແສນ ຫັດສະດີ ຈິ່ງນຳພາລູກຫຼານມາຕັ້ງບ້ານໃສ່ ແລະ ພ້ອມກັນປົວແປງພະທາດ ແລ້ວຕັ້ງຊື່ວ່າ: ບ້ານທາດ ນັບແຕ່ນັ້ນມາເຖິງປະຈຸບັນ. ປີ 1993 ໄດ້ສ້ອມແປງຕີນທາດຄືນໃໝ່
ຕາມການເລົ່າຂອງເຖົ້າແກ່ບູຮານວ່າ: ທາດລູກນີ້ ໄດ້ຖືກສ້າງຂຶ້ນໃນສະໄໝປະເທດລາວເປັນຫົວເມືອງຂຶ້ນຂອງພະມ້າ, ເວລາພະມ້າຖືກເຈົ້າໄຊເສດຖາທິລາດປາບ ແລະ ຍອມພ່າຍແພ້ສົງຄາມ ໃນປີ 1566; ເວລານັ້ນ ກໍ່ພາກັນເອົາປູນຢູ່ຖົງຄ້ຽວໝາກໃຜມັນ ມາກໍ່ທາດລູກນີ້ ໄວ້ເປັນອານຸສອນ, ແລ້ວກໍ່ກັບຄືນປະເທດ. ຕໍ່ມາ, ກໍ່ມີອ້າຍຫຳ ພາລູຫຼານມາແຕ່ບ້ານນາຍາວ, ແຂວງໄຊຍະບູລີ, ມາຕັ້ງບ້ານຢູ່ບ້ານດອນ (ບ້ານເກົ່າ) ແລ້ວກໍ່ພາກັນໄປເລາະຕັດຫວາຍ, ເລີຍໄປພົບພະທາດລູກນີ້ ມີລັກສະນະຊຸດໂຊມ, ແຕ່ບໍ່ພົບໜັງສືຫຍັງ. ຈາກນັ້ນ, ກໍ່ມີ ແສນ ຫັດສະດີ ມາຈາກໃສກໍ່ບໍ່ຮູ້ ນຳພາລູກຫຼານມາຊອກບ່ອນຢູ່, ອ້າຍຫຳ ຈິ່ງບອກວ່າ: ຢູ່ລ້ອງປ່າຫວາຍ ມີທາດລູກໜຶ່ງ ແສນ ຫັດສະດີ ຈິ່ງນຳພາລູກຫຼານມາຕັ້ງບ້ານໃສ່ ແລະ ພ້ອມກັນປົວແປງພະທາດ ແລ້ວຕັ້ງຊື່ວ່າ: ບ້ານທາດ ນັບແຕ່ນັ້ນມາເຖິງປະຈຸບັນ. ປີ 1993 ໄດ້ສ້ອມແປງຕີນທາດຄືນໃໝ່
16. ທາດຫຼັກເມືອງ. (ແຂວງໄຊຍະບູລີ)
ທາດຫຼັກເມືອງ
ຕັ້ງຢູ່ບ້ານສີບຸນເຮືອງ ຫ່າງຈາກເທດສະບານເມືອງຫົງສາ ປະມານ 500 ແມັດ. ສຳລັບນັກທ່ອງທ່ຽວ ທີ່ຕ້ອງການໄປຊົມ, ກາບໄຫວ້ຂໍພອນ ຈາກທາດຫຼັກເມືອງ ກໍສາມາດໄປໄດ້ໂດຍການຂີ່ລົດ.
ພະທາດລູກນີ້ ໄດ້ຖືກສ້າງຂຶ້ນຫຼັງການສ້າງບ້ານສີບຸນເຮືອງ ປະມານ 2-3 ປີ ຄື ພ.ສ 2115 ຄ.ສ 1572 ປະມານ 400 ກວ່າປີ. ຊາວເມືອງຫົງສາ ຖືເອົາພະທາດນີ້ເປັນປູສະນີຍະສະຖານ ມິ່ງບ້ານມິ່ງເມືອງ ແລະ ເຄົາລົບບູຊາ.
ເວລາບ້ານເມືອງບໍ່ຢູ່ເຢັນເປັນສຸກ ປະສົບໄພພິບັດຕ່າງໆ ຫຼື ຈະອອກຈາກບ້ານຈາກເມືອງເປັນເວລາດົນນານ ປະຊາຊົນເຄີຍມາກາບໄຫວ້ວິງວອນ
ໃຫ້ພະທາດຈົ່ງປົກປ້ອງຄຸ້ມຄອງ ໃຫ້ຢູ່ເຢັນເປັນສຸກ ດິນຟ້າອາກາດຈົ່ງຊຸ່ມຊື່ນ ສະດວກແກ່ການຜະລິດ
ຮອດບຸນກຸດສົງການແຕ່ລະປີ ປະຊາຊົນໄດ້ມາຫົດສົງ
ຈົນກາຍເປັນປະເພນີສືບຕໍ່ກັນມາ ເຖິງປະຈຸບັນ. ໃນປີ ພ.ສ
2500 ແລະ ພ.ສ 2537 ຄ.ສ 1994 ໄດ້ປະຕິສັງຂອນຄືນໃໝ່ໃຫ້ຈົບງາມ.
No comments:
Post a Comment